ເລື່ອງ ພະຍາ ກັບນາກ
ພະຍາ ເກໄກລາດນັ້ນເປັນເຈົ້າພະຍາທີ່ມັກອອກປ່າລ່າເນື້ອແລະຮ່ວມ ກິດຈະກຳອື່ນໆກັບຊາວບ້ານໃນຊົນນະບົດ.ມື້ໜຶ່ງຫຼັງຈາກກັບມາແຕ່ເຊີດ ເນື້ອເພິ່ນໄດ້ເດີນ ທາງຕາມແຄມນ້ຳສາຍໜຶ່ງ.ໃນໄລຍະນັ້ນມີນາກໂຕໜຶ່ງ ອາໄສຢູ່ຕາມລຳນ້ຳນັ້ນ,ນາກໂຕນັ້ນມີລູກສາວຫົວດື້ໂຕໜຶ່ງທີ່ມັກ ລັກລອບໜີອອກຈາກລຳນ້ຳມາສູ່ໜ້າ ດິນ.ໃນຄະນະທີ່ພະຍາເກໄກລາດພວມ ຍ່າງຫຼິ້ນນັ້ນເພິ່ນເລີຍເຫັນລູກສາວນາກກັບງູຕາແຫພວມກອດກ້ຽວຈູບ ຊົນກັນຢູ່.ເພິ່ນພິຈາລະນາວ່າລູກສາວນາກປະພຶດຕົນບໍ່ເໝາະສົມອັນ ຈະສ້າງຄວາມເສື່ອມເສຍໃຫ້ຊື່ສຽງຂອງເຫຼົ່ານາກທັງມວນ.ເພິ່ນຈິ່ງ ໃຊ້ໄມ້ເທົ້າເຕາະເຂ່ຍພວກມັນອອກຈາກກັນແລ້ວກໍ່ຂ້າງູຕາແຫນັ້ນ ເສຍ. ນາງນາກນ້ອຍເລືອໝີດວ້ຍຄວາມແຄ້ນເຄືອງ,ນາງເກັບຄວາມແຄ້ນຕໍ່ພະຍາ ເກໄກລາດໄວ້ໃນໃຈ,ນາງຮ້ອງໃຫ້ຍຸຍົງພໍ່ນາງໃຫ້ກໍ່ການຄາຕະກໍາວ່າ ພໍ່ຕ້ອງຂ້າພະຍາເກໄກລາດເພື່ອແກ້ແຄ້ນໃຫ້ລູກ,ມັນໃຊ້ໄມ້ເທົ້າຕີ ລູກຢ່າງປ່າເຖື່ອນຕອນທີ່ລູກບັງເອີນເຈິມັນຢູ່ແຄມແມ່ນໍ້ານາກໂຕ ພໍ່ຮູ້ສຶກຄັດເຄືອງໃຈເລິກໆກັບການກະທໍາຂອງພະຍາເກໄກລາດ.ມັນຄຶດ ວ່າພະຍາເກໄກລາດໄດ້ທ້າທາຍມັນຢ່າງບັງອາດຫຍາບຄາຍມັນຈຶ່ງວາງແຜນ ຈັດການກັບພະຍາເກໄກລາດໃຫ້ຈົມດິນໄປເລີຍ.ມັນເນລະມິດຕົວເອງເປັນ ງູເຫົ່າລອບເຂົ້າສູ່ໂຮງແລະລີຊອ່ນຕົວຢູ່ພື້ນເມັງຕຽງຂະນັ້ນເທວະ ດາທີ່ເຝົ້າຮັກສານະຄອນຂອງພະຍາເກໄກລາດຮູ້ເລື່ອງຈຶງດົນໃຈເພິ່ນໃຫ້ ເລົ່າເຫດ ການໃຫ້ສູ່ມະເຫສີຟັງວ່າຕອນທ່ຽງວັນນີ້ອ້າຍໄປແອ່ວ ຫຼິ້ນຢູ່ແຄມແມ່ນໍ້າອ້າຍໄດ້ເຫັນລູກສາວນາກພວມກອດກ້ຽວສອດຊົມກັບ ງູຕາແຫຢູ່.ອ້າຍເຫັນວ່ານາງນາກນ້ອຍປະພຶດຕົວບໍ່ເໜາະສົມເພາະງູ ຕາແຫນັ້ນຖືເປັນງູຊັ້ນຕໍ່າ.ອ້າຍສັນນິຖານວ່າຫາກພໍ່ນາກຮູ້ວ່າ ລູກສາວໄດ້ເຮັດອັນໃດໄປຄົງຈະເສຍໃຈຢ່າງໜັກເພາະມັນໄດ້ເຮັດໃຫ້ ກິດຕິຄຸນຂອງນາກທັງມວນມົວໝອງ.ອ້າຍຈຶ່ງເຕາະເຂ່ຍເຂົາໃຫ້ແຍກກັນ ແລ້ວຂ້າງູຕາແຫນັ້ນສາເມື່ອໄດ້ຍິນແນວນັ້ນພະຍານາກພໍ່ກໍ່ຊວາດ ຮູ້ຄວາມຈິງມັນສູບລົມເຂົ້າຢ່າງສວ່າງໃຈທີ່ບໍ່ໄດ້ຂ້າພະຍາເກ ໄກລາດຢ່າງຜິດພາດ.ມັນຫາຍຕົວຈາກທີ່ນັ້ນແລ້ວປະກົດຕົວຂື້ນທີ່ ທີ່ຢູ່ຂອງຕົນ.
ເລື່ອງ ພະຍາກັບລືສີ
ເມື່ອນັ້ນຍັງ ມີພະຍາອົງໜຶ່ງພ້ອມດ້ວຍລູກຫຼານແລະມະຫາດເຫຼັກໄດ້ໄປ ທ່ຽວຫຼິ້ນສວນອຸດທິຍານແລະໄດ້ເຫັນເຈົ້າລັດສີຕົນໜຶ່ງມີຄົນຫຸ້ມ ລ້ອມຢ່າງຫຼວງຫຼາຍເພື່ອຟັງເທດສະໜາທຳ.ເຫັນວ່າເຈົ້າລັດສີດຶງດູດ ຄວາມສົນໃຈຂອງຜູ້ຄົນພະຍາກໍຄຽດມາກໜັກທີ່ເປັນດັ່ງວ່າເຈົ້າລັດ ສີນັ້ນສຳຄັນກວ່າຕົນພະຍາຈິ່ງວາງແຜນຜາບແພ້ເຈົ້າລັດສີແລະຫັນເຫ ຄວາມສົນໃຈຂອງຜູ້ຄົນຈາກເຈົ້າລັດສີມາສູ່ຕົນ.ພະຍາກໍໃຊ້ມະຫາດ ເຫຼັກໄປຕາມເອົາລັດສີມາພົບ.ເມື່ອເຈົ້າລັດສີມາເຖິງພະຍາກໍຖາມວ່າ: ທ່ານຊື່ວ່າຈັ່ງໃດ? ເຮົາຊື່ວ່າ ຂັນຕິ ຂັນຕິແປວ່າອັນໃດ? ແປວ່າອົດທົນຜູ້ທີ່ມີຄວາມອົດທົນ ທ່ານກໍມີຂັນຕິເໝືອນຊື່ທ່ານວ່າບໍ? ມີ ຂັນຕິຂອງທ່ານຢູ່ທີ່ໃດ? ຂັນຕິມີຢູ່ຕົວເຮົາຢູ່ໃນດວງຈິດຂອງເຮົານີ້ແຫຼະ ພະຍາສັ່ງໃຫ້ມະຫາດເຫຼັກຕັດນິ້ວໂປ້ຂອງເຈົ້າລັດສີແລ້ວຖາມວ່າ ຂັນຕິຂອງທ່ານຢູ່ນີ້ບໍ? ບໍ່,ຢູ່ໃນຈິດໃຈເຮົາ. ຈາກນັ້ນພະຍາກໍສັ່ງໃຫ້ຕັດນິ້ວຊີ້ ນິ້ວນາງ ນິ້ວກາງແລະນິ້ວກ້ອຍຂອງເຈົ້າລັດສີເປັນລຳດັບການຕັດແຕ່ລະນິ້ວພະຍາ ກໍຖາມຄຳເດີມແລະເຈົ້າລັດສີກໍຕອບຄຳຕອບເດີມ. ສຸດທ້າຍພະຍາກໍສັ່ງໃຫ້ຕັດມືແລະຕີນຂອງລັດສີ ແລະ ເມື່ອສຳນຶກໄດ້ວ່າຕົນບໍ່ອາດຄອນແຄນຄວາມອົດທົນຂອງເຈົ້າລັດສີ ພະຍາກໍຄຽດຮ້າຍໜັກແລ້ວກໍຖີບເອິກຂອງເຈົ້າລັດສີໃຫ້ລົ້ມທ່າວໄປ ພ້ອມທັງທືບຊ້ຳຈົນເຈົ້າລັດສີຂາດໃຈຕາຍ. ເມື່ອເຈົ້າລັດສີຕາຍເຖິງວ່າມະນຸດບໍ່ອາດລົງໂທດພະຍາໄດ້ແຕ່ເທວະ ດາເຮັດໄດ້. ເທວະດາທີ່ປົກປັກຮັກສາພື້ນດິນໄດ້ບັນດານໃຫ້ເກີດແຜ່ນດິນໄຫວຕີງ ຕົງຈຸດທີ່ພະຍາແລະມະຫາດເຫຼັກຢູ່ຊ້ຳແລ້ວຊ້ຳເລົ່າແລ້ວແຜ່ນດິນໜາ ກໍຍະເປັນຊ່ອງກວ້າງສູບເອົາພະຍາກັບມະຫາດເຫຼັກລົງສູ່ກົ້ນຫຼຸມ ເລິກ.ເມື່ອພວກເຂົາຕາຍພວກຍົມພິບານກໍທົກດຶງເອົາວິນຍານຂອງເຂົາ ອອກຮ່າງກ່າຍແລ້ວລາກແກ່ລົງໝໍ້ອະເວຈີຖືກໄໝ້ທົນທຸກທໍລະມານຢູ່ ທີ່ນັ້ນແລ.
ເລື່ອງ ພະໂມກຄະລາ
ພະໂມກຄະລາເປັນໜຶ່ງໃນສາວົກເອກຂອງ ພະພຸດທະເຈົ້າ. ເພິ່ນພິເສດໃນເລື່ອງວິຊາອາຄົມ,ເພິ່ນສາມາດດໍາດິນບິນບົນຈໍາແລງ ແປງກາຍແລະເສກປ່ຽນສິ່ງໃດກໍ່ໄດ້,ເພິ່ນຍັງສາມາດເສກພະລັງແລະອາວຸດ ວິເສດມາໃຊ້ເມື່ອໃດກໍ່ໄດ້. ຕາມຫຼັກຕັກກະສາດແລ້ວດ້ວຍວິຊາອາຄົມຂອງເພິ່ນ ເພິ່ນສາມາດປ້ອງກັນຕົນເອງຈາກຄົນຫຼືສັດທີ່ຈະມາທໍາຮ້າຍເພິ່ນ ໄດ້ຢ່າງງ່າຍດາຍແຕ່ເມື່ອໂຈນຫ້າຮ້ອຍບຸກເຂົ້າຕີເພິ່ນ ເພິ່ນພະຍາຍາມເສກເອົ້າພະລັງວິເສດແຕ່ພະລັງວິເສດກໍ່ບໍ່ປະກົດ. ເພິ່ນເລີຍປ້ອງກັນຕົນເອງບໍ່ໄດ້ຈະບິນໜີກໍ່ບິນບໍ່ໄດ້ເລີຍຖືກ ໂຈນພວກນີ້ຫຸ້ມຕີຈົນບາດເຈັບປາງຕາຍ. ທີ່ເປັນໄປແນວນັ້ນກໍ່ຍ້ອນອະກຸສົນກໍາຂອງເພິ່ນໃນຊາດປາງກ່ອນ. ໃນຊາດນັ້ນລາວເປັນລູກຊາຍໂທນຂອງຄອບຄົວໜຶ່ງ. ລາວເປັນລູກກະຕັນຍູ,ເອົາໃຈໃສເບິ່ງແຍງພໍ່ແມ່ຢ່າງໃກ້ຊິດດ້ວຍດີ ສະເໝີມາ. ເມື່ອລາວໃຫຍ່ເປັນບ່າວພໍ່ແມ່ຫວັງເປັນຢ່າງຍິ່ງຢາກໃຫ້ລາວເປັນຄອບ ເປັນຄົວພໍ່ແມ່ຈິ່ງປຶກສາລາວວ່າ:ລູກຮັກຂອງພໍ່ເອີຍ! ພໍ່ແມ່ນີ້ອີດູລູກແທ້ໆທີ່ຕ້ອງແບກຫາບວຽກໜັກໃນການດູແລພໍ່ ແມ່ເປັນຫຍັງລູກບໍ່ຊອກຜູ້ສາວດີໆຈັກຄົນມາເປັນລູກເປັນເມຍສາ. ດູແລພໍ່ແມ່ບໍ່ແມ່ນວຽກໜັກງານໜາຫຍັງດອກ.ລາວຕອບອ້ອມໆ. ແມ່ນີ້ອີດູເຈົ້າທີຕ້ອງຢູ່ຄົນດຽວປ່ຽວພອຍ.ແມ່ຂອງລາວເວົ້າ. ຢູ່ນຳພໍ່ແມ່ຮັກແພງຈັ່ງຊີ້ຍັງຈະວ່າລູກຢູ່ຄົນດຽວປ່ຽວພອຍໄດ້ ຈັ່ງໃດ.ລາວຕອບໜັກແໜ້ນ. ເຫັນດັ່ງນັ້ນແມ່ເລີຍເປີດເຜີຍຄວາມຄິດຫວັງຂອງຕົນເອງວ່າ: ພໍ່ແມ່ນີ້ສຸດຈະດີໃຈແທ້ໆຫາກວ່າໃນບັ້ນທ້າຍຂອງຊີວິດໄດ້ ເຫັນຄອບຄົວລູກ ແລະ ໄດ້ອູ້ມຊົມຫຼານແມ່ນຕາຍກໍຈະຕາຍຕາຫຼັບຫາກໄດ້ຮູ້ວ່າລູກມີຄວາມ ສຸກມີເມຍດີ ມີຄອບຄົວທີ່ອຸດົມສົມບູນ ລູກໝາຍຕາສາວຄົນໃດໄວ້ແດ່ບໍ? ຫາກຍັງ, ພໍ່ແມ່ກໍເບິ່ງໄວ້ຢູ່ແລ້ວຫາກແມ່ນລູກພໍໃຈພໍ່ແມ່ຈະໄປໂອມເອົາ ນາງນຳພໍ່ແມ່ນາງໃຫ້. ລູກບໍ່ໄດ້ໝາຍຕາສາວໃດດອກ, ພໍ່ແມ່ມັກຜູ້ໃດລູກກໍມັກນຳ. ຫລັງຈາກນັ້ນເຂົາເຈົ້າກໍກິນດອງກັນ ແລະ ສາວໃພ້ກໍຍ້າຍມາຢູ່ນຳຄອບຄົວບ່າວເຂີຍ. ເບື້ອງຕົ້ນເຂົາເຈົ້າກໍ່ຢູ່ຮ່ວມກັນຢ່າງເປັນສຸກ, ແຕ່ເມື່ອນານເຂົ້າປູ່ກັບຍ່າກໍເຖົ້າຂຶ້ນເລື້ອຍໆ ຕາກໍເສຍບໍ່ເຫັນແຈ້ງ, ຈະເຮັດອັນໃດເອງກໍບໍ່ໄດ້ ຊ້ຳຍັງນັບມື້ນັບລໍ່າລິລໍ່າໄລຢາກໄດ້ຮັບການດູແລເອົາໃຈໃສ່ທຸກ ກິທຸກກີເໝືອນດັ່ງເດັກນ້ອຍ. ຄວາມເບື່ອໜ່າຍ ແລະ ຄວາມກຽດຊັງໄດ້ພອກພູນຂຶ້ນໃນໃຈຂອງລູກໃພ້ເທື່ອລະເລັກເທື່ອລະ ນ້ອຍ, ນາງຈິ່ງກົດດັນຜົວຊໍ້າແລ້ວຊໍ້າເລົ່າໃຫ້ເອົາປູ່ກັບຍ່າໄປປ່ອຍ. ສຸດທ້າຍຜົວກໍຟັງຄວາມເມຍ ເລີຍວາງແຜນເອົາພໍ່ກັບແມ່ໄປປ່ອຍປ່າ. ລາວຈອບພໍ່ແມ່ຂຶ້ນກວຽນໂດຍວ່າຈະເອົາພໍ່ແມ່ໄປນັ່ງກວຽນຫຼິ້ນກິນ ອາກາດ. ເມື່ອຮອດປ່າເລິກລາວກໍຈອດກວຽນແລ້ວບອກພໍ່ແມ່ຖ້າໂດຍວ່າຕົນເອງ ໄປຫານ້ຳມາໃຫ້ກິນ. ໜີໄປໜ້ອຍໜຶ່ງລາວກໍຫຼອກເຂົາເຈົ້າໂດຍດັດສຽງແຫບໆຮ້ອງຂູ່ເອົາ ຊີວິດທັງໂຍນຄ້ອນກ້ອນດິນ ແລະ ກ້ອນຫີນໃສ່ສຸມທຸມພຸ່ມໄມ້ ແລະ ໜ້າດິນເປັນອຶກກະທຶກນຶກນອງດັ່ງວ່າແມ່ນສຽງບາດຕີນຫຼາຍໆຄົນກຳລັງ ແລ່ນຫຸ້ມມາໃສ່.ສອງຜົວເມຍເຖົ້າຢ້ານໂຈນຈະມາທຳຮ້າຍລູກຈິ່ງຮ້ອງບອກ ແຮງໆວ່າ: ລູກເອີຍ! ໜີເລີຍເນີ,ໜີເລີຍເນີ. ບໍ່ຕ້ອງຫ່ວງພໍ່ແມ່! ໄດ້ຍິນແນວນັ້ນລູກຊາຍກໍສະເດືອກຮູ້ວ່າຢູ່ໃນໂລກນີ້ບໍ່ມີຜູ້ໃດ ຮັກຕົນເອງຍິ່ງກວ່າພໍ່ແມ່.ລາວຢຸດເຮັດຫລອກພໍ່ແມ່ແລ້ວກັບມາພາ ເຂົາເຈົ້າກັບເຮືອນແລະຈາກນັ້ນກໍຂໍປະກັບເມຍຂອງລາວ.
ເລື່ອງ ທ້າວຜາແດງ ນາງໄອ່ຄຳ
ແຕ່ກີ້ແຕ່ກ່ອນປາງສະໄໝນົກກໍຍັງມີຫູ,ໜູກໍຍັງມີປີກ,ບໍ່ວ່າຄົນ
ຫຼືສັດສາວາສິ່ງທັງຫຼາຍຕ່າງກໍມີລິດເດດ,ກ້າຄົງທະນງແກ່ນ,ມີມະຫາ
ພະລັງອຳນາດ,ຈິ່ງມັກເກີດການຕໍ່ສູ້ຊິງດີຊິງເດັ່ນກັນ,ບາງຜ່ອງ
ຕໍ່ສູ້ເພື່ອຊິງກັນເປັນໃຫຍ່ແລະບາງຜ່ອງກໍຕໍ່ສູ້ເພື່ອຄົນທີ່ຕົນ
ເອງຮັກອັນເຮັດໃຫ້ເດືອດຮ້ອນຮອດພະຍາອິນະຍາພົມເທວະບຸດເທວະດາ
ຜູ້ດູແລຮັກສາໂລກຈັກກະບານຂອງເຮົາຢ່າງບໍ່ເວັ້ນວັນ.ໃນເວລານັ້ນໄດ້ມີເມືອງບາດານແຫ່ງໜຶ່ງຢູ່ໃຕ້ທໍລະນີໃນພື້ນ ນ້ຳມະຫາສະໝຸດບ່ອນພະຍານາກເຈົ້າອາໄສຢູ່ອັນມີຫໍໂຮງເປັນຫີນສີລາ ງາມເຫຼືອງເຫຼື້ອມເຊິ່ງປະດັບດ້້ວຍເງິນຄຳເພັດນິນຈິນດາຂອງມີຄ່າ ຢ່າງຫຼວງຫຼາຍ.ເມືອງບາດານແຫ່ງນີປົກຄອງດ້ວຍພະຍານາກອົງໜຶ່ງທີ່ມີ ລິດມີເດດເກ່ງກ້າສາມາດຍິ່ງໜັກໜາພ້ອມທັງຊື່ສັດໝັ້ນຄົງຕໍ່ບ້ານ ເມືອງດໃນອານາຈັກຂອງພະຍານາກອົງນີ້ກໍຍັງມີເຫຼົ່າເສນາອາມາດມີ ທະຫານທີ່ແສນຊື່ສັດພັກດີຈຶ່ງເຮັດໃຫ້ເມືອງບາດານຂອງພະອົງຈະເລີ ນຮຸ່ງເຮືອງສີວິໄລໄພ່ຟ້າປະຊາລາດຊະດອນຕ່າງກໍຢູ່ເຢັນເປັນສຸກກັນ ທົ່ວໜ້າບໍ່ໄດ້ອຶດບໍ່ໄດ້ຢາກມີເຂົ້າໃນນາມີປາໃນນ້ຳໃນປ່າໄມ້ ມີສັດນາໆຊະນິດອາໄສຢູ່ເຊັ່ນດຽວກັນກັບມະນຸດຂອງເຮົາໃນເມື ອ່ກ່ອນນັ້ນແລ້ວ.ພະຍານາກອົງນີ້ໄດ້ປົກຄອງມເມືອງບາດານມາເປັນເວລາ ຊ້ານານພໍສົກຄວນພະອົງກໍມີເຈົ້າຊາຍອົງໜຶ່ງຊື່ວ່າທ້າວພັງຄີ ເຊິ່ງມຮຮູບໂສມງົດງາມທັງມີລິດມີເດດສາມາດລະນຶກເຖິງຊາດປາງກ່ອນ ກີ້ຂອງຕົນເອງໄດ້ຍັງສາມາດແປງກາຍເປັນສັດຫຼາຍຊະນິດລວມທັງມະນດ ເຮົານຳ,ຍ້ອນແນວນັ້ນແລ້ວພັງຄີຈິ່ງຮູ້ວ່າໃນຊາດປາງກ່ອນຂອງຕົນ ເອງນັ້ນໄດເກີດເປັນມະນຸດເຊິ່ງເປັນຄູ່ຄອງກັບນາງໄອ່ຄຳແຕ່ຍ້ອນ ກຳເວນລີຂິດຈິ່ງເຮັດໃຫ້ທັງສອງຕ້ອງແຍກຈາກກັນໃນຊາດນີ້ດທ້າວພັງ ຄີໄປເກີດເປັນລູກຂອງພະຍານາກແຫ່ງເມືອງບາດານ,ສ່ວນນາງໄອ່ຄຳເກີດ ເປັນລູກຂອງພະຍາທີ່ເມືອງເພຕາ.ເມື່ອທ້າວພັງຄີໃຫຍ່ກ້າໜ້າບານມາ ຜູ້ເປັນພໍ່ກໍຈັດພິທີເລືອກຄູ່ຄອງໃຫ້ພື່ອຈະໄດ້ເນື້ອໜໍ່ຊາດຕະກຸນ ມາສືລແທນບັນລັງຄອບຄອງລາດຊະສົມບັດທັງຫຼາຍເຊິ່ງກໍມີລູສາວຂອງ ພະຍານາກໃນເມືອງບາດານແຫ່ງອື່ນໆທີ່ແສນງົດງາມປານນິມິດເອົາ ຢ່າງຫຼວງຫຼາຍຖືກສົ່ງຕົວມາໃຫ້ທ້າວເລືອກ,ແຕ່ປາກົດວ່າບໍ່ມີໃຜຖືກ ໃຈທ້າວພັງຄີແມ່ນແຕ່ຄົນດຽວເລີຍໃນໃຈຂອງທ້າວມີແຕ່ຄິດຮອດນາງ ໄອ່ຄຳຜູ້ເປັນເມຍເກົ່າ.ທ້າວຈິ່ງບອກກັບພໍ່ວ່າສາວພວກນີ້ງົດງາມ ແທ້ແຕ່ຈະເຮັດແນວໃດໄດ້ກໍແນວມັນບໍ່ແມ່ນຄູ່ຄອງຂອງລູກລູກມີ ຍິງໃນໃຈຢູ່ແລ້ວຜູ້ເປັນພໍ່ເມື່ອຮູ້ວ່າລູກບໍ່ມັກບໍ່ຊອບກໍບໍ່ ໄດ້ເວົ້າຫຍັງຕາມໃຈຂອງລູກທຸກປະການເພາະມີລູກຊາຍຄົນດຽວຮັກຫອມ ດັ່ງແກ່ນຕາແລະໝາກຫົວໃຈ.ນັບຕັ້ງແຕ່ໃຫຍ່ຂຶ້ນມາຊອນບ່າວທ້າວກໍມີ ແຕ່ຄິດຮອດນາງໄອ່ຄຳທຸກວີ່ທຸກວັນຈະຂຶ້ນໄປຫາກໍຢ້ານມີອັນ ຕະລາຍເພາະໂກເທທິງບົກນັ້ນມັນແສນຈະໂຫດຮ້າຍແລະອັນຕະລາຍກວ່າໂລກບາ ດານຂອງຕົນແຕ່ອົດບໍ່ໄດ້ຈົນໃຈລະເມີຢາກຫັນໜ້າເມຍເກົ່າສຸດທີ່ ຮັກຂອງຕົນທຸກຄໍ່າຄືນ.
ວັນໜຶ່ງທ້າວພັງຄີພ້ອມດ້ວຍບໍລິວານຈິ່ງໄດ້ຕັດສິນໃຈສັ່ງລາພໍ່ ເພື່ຶອຈະໄປຕາມຫານາງໄອ່ຄຳຢູ່ເທິງໂລກບົນບົກເມື່ອໄດ້ຮັບຄຳ ອານຸຍາດຈາກພໍ່ແລ້ວ,ທ້າວພ້ອມ ດ້ວຍເສນາອາມາດກໍດີນທາງຈາກໃຕ້ນ້ຳຂຶ້ນສູ່ເທິງບົກຫຼັງຈາກນັ້ນກໍ ແປງຮ່າງເປັນສັດຕ່າງໆເພື່ອມຫ້າສະດວກກັບສະຖານະການແລະໄວຕໍ່ການ ເດີນທາງບາງບ່ອນທາງດີພວກເຂົາກໍແປງຮ່າງເປັນໂຕມ້າແລ່ນໄປເພື່ອ ໃຫ້ໄວຕໍ່ການເດີນທາງ.ເປັນເວລາຫຼາຍມື້ຫລາຍວັນທີ່ພວກເຂົາເດນທາງ ຊອກຫານາງໄອ່ຄຳໄປເລື້ອຍໆ.ຈົນໃນທີ່ສຸດກໍໄດ້ພົບນາງສົມດັ່ງໃຈ ປາຖະໜາເອົາໄວ້ອັນເຮັດໃຫ້ທ້າວດີໃຈແລະມີຄວາມສຸກຍິ່ງຫນັກໜາຈົນ ບໍ່ຢາກກັບເມືອງບາດານແຫ່ງຕົນ.ແຕ່ຍ້ອນຈາກບ້ານມາໄກຫຼາຍມື້ຫຼາຍ ວັນແລ້ວ.ເຫຼົ່າບໍລິວານທີ່ມານຳຈິງຊວນທ້າວກັບເພາະຢ້າວ່າພະຍາ ຜູ້ເປັນບິດາຈະເປັນຫ່ວງແຕ່ເຖິງຢ່າງໃດກໍຕາມທ້າວກໍບໍ່ຟັງທັງ ເວົ້າວ່າເຮົາຢູ່ອີກຈັກວັນສອງວັນກ່ອນຈຶ່ງຄ່ອຍກັບບໍ່ເປັນຫຍັງ ດອກ.
ເພື່ອຈະໄດ້ເຫັນໜ້ານາງໄອ່ຄຳຢ່າງເຕັມອີ່ມຕາມຫົວໃຈຕ້ອງການ ໃນແຕ່ລະວັນທ້າງພັງຄີຈິ່ງແປງຮ່າງເປັນກະຮອກດ່ອນໄຕ່ຂຶ້ນໄປ ເຄືອດອກໄມ້ໃນສວນອຸດທິຍານບ່ອນທີ່ນາງໄອ່ຄຳມັກມາດອມດົມດອກໄມ້ ໃນທຸກໆວັນ.
ກ່າວເຖິງນາງໄອ່ຄຳຊາດນີ້ໄດ້ເກີດມາເປັນລູກຂອງພະຍາແຫ່ງເມື ອງເພຕາຍ້ອນນາງມີຮູບໂສມອັນງົດງາມແລະປະກອບດວ້ຍຄວາມສະເໜຫາມີ ຄວາມສະຫງ່າລາສີແລະມີຈິດໃຈໂອບເອື້ອອາລີຈິ່ງເຮັດໃຫ້ນາງເປັນທີ່ ຮັກຫອມຂອງຄົນທັງຫຼາຍ.ເມື່ອໃຫຍ່ຂຶ້ນມາເຕັມສາວແລ້ວພະຍາຜູ້ເປັນ ພໍ່ກໍໄດ້ຈັດພິທີ່ຫມັ້ນໝາຍໃຫ້ນາງກັບທ້າວຜາແດງເຊິ່ງເປັນລູກຊາຍ ຂອງພະຍາອີກເມືອງໜຶ່ງພວກເຂົາທັງສອງຕ່າງຝ່າຍກໍຮັກກັນດ້ວຍຄວາມ ຫວານຊຶ້ງແລະບໍລິສຸດໃຈຈົນເຮັດໃຫ້ຍິງໜຸ່ມຊາຍໜຸ່ມເກີດຄວາມອິດສາ ຄວາມຮັກອັນຍິ່ງໃຫຍ່ຂອງພວກເຂົາ.
ຄືນໜຶ່ງນາງໄອ່ຄຳໄດ້ຝັນວ່າມີງູໃຫຍ່ເທົ່າລຳພ້າວ,ລຳຕານແລະ ງູນ້ອຍຫຼາຍໂຕຝັ້ນເລືອກັນຢູ່ເຕັມບ້ານເຕັມເມືອງຂອງຕົນເອງ,ທັງ ໄດ້ຍິນສຽງແຂກຮ້ອງແຕກຕື່ນຢ້ານງູພວກນັ້ນແລະຕໍ່ມາບໍ່ດົນບ້ານ ເມືອງກໍກາຍເປັນແມ່ນ້ຳມະຫາສະໝຸດ.ເມື່ອເຫັນດັ່ງນັ້ນນາງກໍເອົາມື ມຸບໜ້າແລ້ວກໍຮ້ອງໄຫ້ອອກມາຢ່າງແຮງຈົນສະເດີດຕື່ນຂຶ້ນມາທັງຫາຍ ໃຈຫືດຫອດເຫື່ອໄຫຼໄຄຍ້ອຍ.ພໍຮຸ່ງເຊົ້າມານາງກໍເອົາຄວາມທູນໃຫ້ ຜູ້ເປັນພໍ່ຮັບຊາບ,ພະຍາຜູ້ເປັນພໍ່ກໍໃຫ້ເສນາໄປເອີ້ນເອົາໝໍດູ ມໍເດົາມາທຳການໄລ່ເລກຄູນຄາຖາເລື່ອງຄວາມຝັນຂອງນາງ.ໝໍດູຄົນທີ່ ໜຶ່ງທຳນາຍອອກມາວ່າ:ມີຊູ້ເກົ່າປາງກ່ອນປາງຫຼັງມາຊອກຫາໃນໄລຍະ ນີໃຫ້ລະວັງຕົວເອົາໄວ້.ຢ່າໄດ້ອອກນອກຫໍໂຮງໄປເດັດຂາດຈະເກີດ ໄພພິບັດມາຮອດບ້ານເມືອງຂອງ້ຮົາແທ້ແລ້ວ.ໝໍດູຄົນທີ່ສອງທຳນາຍວ່າ ອັນນິມິດຄວາມຝັນນັ້ນມັນກໍເປັນລາງຮ້າຍແທ້ແລ້ວ,ຫາກຈະມີສັດຮ້າຍ ມາແຕ່ທາງນ້ຳໃຫຍ່ແຫ່ງມະຫາສະໝຸດມາຖະຫຼົ່ມບ້າຍເມືອງເຮົາເພື່ອຊອກ ຫາລູກຊາຍຂອງເຂົາ.ໃຫ້ເຈົ້າຈົ່ງມີສະຕິມີຄວາມເມດຕາພາວະນາເອົາ ໄວ້ໃຫ້ດີໆຈິ່ງຈະເຮັດໃຫ້ບ້ານເມືອງຂອງພວກເຮົາພົ້ນຈາກໄພພິບັດ ຄັ້ງນີ້ໄດ້.ພໍນາງໄອ່ຄຳໄດ້ຟັງໝໍດູເວົ້າແນວນັ້ນນາງກໍເກັບຕົວ ຢູ່ໃນຫໍໂຮງ,ບໍ່ໄດ້ອອກໄປນອກໄປນາທາງໃດ.
ຫຼາຍ ມື້ຫຼາຍວັນຕໍ່ມາກໍເຮັດໃຫ້ນາງຮູ້ສຶກເບື່ອຢາກຈະໄປເດີນຫຼິ້ນ ເພື່ອສູບອາກາດສົດເຢັນໆສູບອາຍກິ່ນຫອມຂອງມວນດອກໄມ້ໃນສວນອຸດ ທິຍານທີ່ຢູ່ບໍ່ໄກຈາກຫໍໂຮງຂອງຕົນ,ນາງຈິ່ງຂໍອານຸຍາດຈາກພໍ່ພະຍາ ແລ້ວພວກສາວສະໜົມແລະນາອາມາດຈຳນວນໜຶ່ງກໍຖະຫວາຍອາລັກຂາໃຫ້ນາງໄປ ຕາມທີ່ນາງຕ້ອງການ.ໃນຂະນະທີ່ນາງໄອ່ຄຳກຳລັງມີຄວາມສຸກແລະອີ່ມ ໃຈໄປກັບຄວາມງົດງາມຂອງມວນດອກໄມ້ໃນສວນອຸດທິຍານອັນກ້ວາງໃຫຍ່ ສຸດສາຍຕາຢູ່ນັ້ນ,ບັງເອີນນາງໄດ້ຫຼຽວເຫັນໂຕຮອກດ່ອນນ້ອຍປີນໄຕ່ ໄປມາຕາມເຄືອດອກໄມ້ຢ່າງມີຄວາມສຸກ,ມັນໄຕ່ຂຶ້ນໄຕ່ລົງ,ອ້ອມໄປ ວຽນມາບາງຄັ້ງມັນກໍຢືນຂາດຽວແລະໂບກແຂນມາງໜ້າຂຶ້ນລົງເຮັດໃຫ້ມັນ ເປັນຕາໜ້າຮັກແລະໜ້າຢາກຫົວແທ້ໆ.ເມື່ອນາງໄອ່ຄຳເຫັນແລ້ວກໍເກີດ ຄວາມປິຕິຊົມຊື່ນຄິດຢາກໄດ້ໂຕຮອກດ່ອນນ້ອຍໂຕນັ້ນມາຢອກຫຼິ້ນໃຫ້ ສ່ວາງໃຈຈິ່ງສັ່ງໃຫ້ພວກເສນາຄົນໃຊ້ທັງຫຼາຍໄລ່ຈັບ,ແຕ່ເຖິງຈະ ມີເຫຼົ່າເສນາແລະຄົນໃຊ້ຫຼາຍຄົນຊ່ວຍກັນໄລ່ຈັບແນວໃດກໍບໍ່ ໄດ້,ມັນຫຼີກໄປຫຼອກມາຈົນເຮັດໃຫ້ພວກເຂົາອິດເມື່ອຍ,ຍ້ອນຄວາມຢາກ ໄດ້ຈົນໃຈຈະຂາດ,ເມື່ອຈັຍເປັນບໍ່ໄດ້ນາງກໍສັ່ງຈັບຕາຍ.ຫຼັງຈາ ພວກເສນາອາມາດໄດ້ຍິນຄຳສັ່ງແນວນັ້ນຈຶ່ງໄດ້ນຳເອົາທະນູມາແລ້ວກໍ ເລັ່ງທະນູໃສ່ໂຕຮອກດ່ອນນ້ອຍໂຕນັ້ນທັນທີ.ລູກທະນູໄດ້ສຽບເຂົ້າໜ້າ ເອິກທະລຸອອກທາງຫຼັງ.ແຕ່ກ່ອນຈະຂາດໃຈຕາຍກະຮອກດ່ອນນ້ອຍໄດ້ສາບ ແສ່ງໄວ້ວ່າ:ຂໍໃຫ້ຊີ້ນຂອງຜູ້ຂ້າໄດ້ແປດພັນກວຽນ,ຢັ່ງຢາຍໄປທົ່ວ ເມື່ອງຢ່າໄດ້ໝົດຢ່າໄດ້ສິ້ນແລະຖ້າຫາກຜູ້ໃດໄດ້ກິນຊີ້ນຂອງ ຜູ້ຂ້າຂໍໃຫ້ລຸບລົງດິນຈົມລົງນ້ຳຕາຍບໍ່ໃຫ້ເຫຼືອຈັກຄົນເມື່ອສາບ ແສ່ງໄວ້ແລ້ວໂຕຮອກດ່ອນນ້ອຍທີ່ໜ້າສົງສານກໍຂາດໃຈຕາຍ.
ຫຼັງ ຈາກໄດ້ໂຕຮອກດ່ອນມາມອບໃຫ້ນາງໄອ່ຄຳແລ້ວປາກົດວ່າມັນບໍ່ໜ້າ ຮັກຄືຕອນມັນຍັງມີຊີວິດຢູ່ເມື່ອເປັນແນວນັ້ນນາງກໍເອົາໃຫ້ພວກ ຄົນໃຊ້ເອົາໄປຄົວກິນປາກົດວ່າຊີ້ນຮອກດ່ອນນ້ອຍໂຕນີ້ມັນແຊບເອົາ ແທ້ເອົາວ່າຄົນໃຊ້ຈິ່ງມາຖວາຍນາງໄອ່ຄຳແລະແບ່ງປັນໃຫ້ຫຼາຍໆຄົນ ຊີມ,ດ້ວຍລົດຊາດທີ່ແຊບແປກປະຫຼາດແລະຍັງມີສິ່ງປະຫຼາດເກີດຂຶ້ນອີກ ຄືກິນແນວໃດຊີ້ນຂອງຮອກດ່ອນໂຕນັ້ນກໍບໍ່ມີວັນໝົດຈັກເທື່ອຈົນຄົນ ເກືອຍທັງໝົດເມືອງໄດ້ຊີມຊີ້ນຮອກດ່ອນນ້ອຍໂຕນັ້ນໂດຍທີ່ບໍ່ມີໃຜ ຄິດແປກໃຈເລີຍ.
ກ່າວເຖິງເມືອງບາດານເມື່ອພໍ່ພະຍານາກໄດ້ຮັບຂ່າວເລື່ອງລູກຊາຍ ຫົວແກ້ວຫົວແຫວນຂອງຕົນທີ່ຖືກມະນຸດຂ້າກິນເປັນອາຫານກໍເກີດຄວາມ ໂກດແຄ້ນ,ຊິງຊັງພວກມະນຸດຄືໝາກເຜັດກັບແກ່ນຕາ,ເພື່ອເປັນການ ລ້າງແຄ້ນຄືນໃຫ້ສົມໃຈຈຶ່ງໄດ້ປ່າວໂຮມເອົາບໍລິວານພະຍານາກແຫ່ງ ເມືອງບາດານໃຕ້ພື້ນ ນຳທັງຫຼາຍແລ້ວກໍພາກັນມາຂວັດຂຶ້ນໄປຫາໃຕ້ຫໍໂຮງຂອງນາງໄອ່ຄຳແລະ ຜືນແຜ່ນດິນແຫ່ງເມືອງເພຕາສ່ວນໃຜບໍ່ໄດ້ກິນຊິີ້ນໂຕຮອກກໍຈົ່ງ ໄວ້ບໍ່ທຳຮ້າຍພວກເຂົາ.ໃນຂະນະນັ້ນເອງແຜ່ນດິນທັງເມືອງ,ຢ້າວເຮືອນ ຜູ້ທີ່ໄດ້ກິນຊີ້ນຮອກດ່ອນນ້ອຍໂຕນັ້ນກໍທະຍອຍຫຼຸບລົງກາຍເປັນ ແມ່ນໍ້າແກ້ງອັນຮ້າຍແຮງ,ຊາວ ບ້ານຊາວເມືອງທັງຫຼາຍກໍພາກັນຈົມນ້ຳຕາຍໄປຕາມໆກັນຍັງແຕ່ເຮືອນຂອງ ຜູ້ທີ່ບໍ່ໄດ້ກິນຊີ້ນແລະໄຮ່ນາຮົ້ວສວນຍັງເຫຼືອໄວ້ຄືເກົ່າ,ນະບັດ ນັ້ນທ້າວຜາແດງເມື່ອເຫັນບ້ານເມືອງພັງພິນາດກາຍເປັນແມ່ນຳໄປໝົດກໍ ຮີບເອົານາງໄອ່ຄຳຂຶ້ນຊ້ອນກົ້ນມ້າແລ້ວກໍແລ່ນໜີອອກຈາກວັງໄປ. ເມື່ອພະຍານາກພ້ອມດວ້ຍບໍລິວານເຫັນແນວນັ້ນກໍບໍ່ຍິນຍອມຈິ່ງພາກັນ ຂວັດດິນເກື່ອນນຳຫລັງທຸກໆບາດຕີນຂອງມ້າເພື່ອໝາຍເອົາຊີວິດຂອງສອງ ຄົນນັ້ນທາງທ້າວຜາແດງກໍເລັ່ງມ້າໄວຈົນສຸດຂີນ.ແຕ່ໃນທີ່ສຸດທັງ ສອງກໍໜີບໍ່ພົ້ນຈິງຈົມລົງນ້ຳແລ້ວສິ້ນໃຈຕາຍພ້ອມກັນ.ເມື່ອຄົນທັງ ມົດທີ່ກິນຊິ້ນໂຕຮອກດ່ອນນ້ອຍໄດຈົມໄປໝົດແລ້ວນ້ຳທີ່ເປັນແກ້ງ ໃຫຍ່ປານມະຫາສະໝຸດກໍກັບກາຍມາເປັນຜືນແຜ່ນດິນຄືເກົ່າອີກຄັ້ງຄື ກັບບໍ່ມີຫຍັງເກີດຂຶ້ນເລີຍ.
ໃນຊາດໃໝ່ເມື່ອທ້າວພັງຄີແລະທ້າວຜາແດງຕາຍໄປເປັນຜີມີວິນ ຍານທັງສອງກໍຍັງບໍ່ລົດລະການຂ້າຟັນລັນແທງກັນຈ່ອງເວນຈ່ອງກຳ ກັນບໍ່ມີທີ່ສິນສຸດເຮັດໃຫ້ຄົນ ອື່ນເດອດຮ້ອນໄປນຳຢ່າງບໍ່ມົ້ມບໍ່ແລ້ວຈັກເທື່ອຈົນເດືອດຮ້ອນຮອດ ເມືອງສະຫວັນຊັ້ນຟ້າຜູ້ເປັນພະອິນ.ເຫັນແນວນັ້ນເພິ່ນກໍໄດ້ຫຼິ້ງ ເບິ່ງອານາຄົດແລ້ໄດ້ຮູ້ວ່າສອງຄົນນີ້ໄດຈ່ອງເວນຈ່ອງກຳກັນໂດຍ ການຕໍ່ສູ້ຂ້າຟັນລັນແທງກັນໄປເລື້ອຍໆຫຼາຍພົບຫຼາຍຊາດຍ້ອນການຍາດ ຊິງເອົານາງໄອ່ຄຳ.ເພື່ອເປັນການຍຸດຕິການຈ່ອງເວນຂອງຄົນນັ້ນພະ ອິນຈິ່ງລົງມາຈາກສະຫວັນເພື່ອຫ້າມແລະຊີ້ແຈງສາເຫດທີ່ເກີດມີການ ຕໍ່ສູ້ກັນໃນແຕ່ລະຊາດຜ່ານມາ.ຢຸດກ່ອນທ່ານທັງສອງຢ່າຂ້າຟັນລັນ ແທງກັນເລີຍກະລຸນາຟັງອຸທອນດີກາຂອງຜູ້ຂ້າກ່ອນ.ຫຼັງຈາກນັ້ນພະອິນ ກໍໄດເລົ່າເລື່ອງການກຳເນີດຊາດຕ່າງໆຂອງຊີວິດທັງສາມໃຫ້ພວກເຂົາ ຟັງຜົວທີ່ແທ້ຈິງຂອງນາງໄອ່ຄຳນັ້ນແມ່ນທ້າວພັງຄີ.ແຕ່ຍ້ອນທັງ ສອງໄດ້ສ້າງເວນກຳເອົາໄວ້ໂດຍບໍ່ມີຄວາມອົດກັ້ນອົດທົນບໍ່ມີການ ໃຫ້ອາໄພໂທດເຊິ່ງກັນແລະກັນຈິ່ງເກີດມີແຕ່ການແກ້ແຄ້ນກັນໄປໆມາໆ ໃນຫຼາຍພົບຫຼາຍຊາດຈົນບໍ່ມີທີ່ສິ້ນສຸດ,ອັນເຮັດຊີວິດຂອງທັງສາມ ຄົນບໍ່ພົບກັບຄວາມສຸກແມ່ບໍ່ມີໂອກາດໄດ້ສ້າງບຸນກຸສົນນຳເພິ່ນ ເລີຍ.
ເມື່ອທັງສາມຮູ້ແຈ້ງແລ້ວກໍຫັນໜ້າເຂົ້າຫາກັນດໃຫ້ອາໄພ ເຊິ່ງກັນແລະກັນຕ່າງຝ້າຍຕ່າງກໍຊອກຫາທຳມາຫາກິນແລະບຳເພັນກຸສົນ ຜົນບຸນ.ຈົນໃນຊາດໃຫມ່ທ້າວພັງຄີແລະນາງໄອ່ຄຳມາເປັນຜົວເມຍພັນລະ ຍາກັນຢູ່ດ້ວຍກັນຢ່າງມີຄວາມສຸກໂດຍບໍ່ມີສັດຕູມາບຽດບຽນອີກ ເລີຍ.ສ່ວນທ້າວຜ້າແດງກໍພົບກັບຮັກໃຫມ່ສົມດັງໃຈປາຖະໜາ.
ไม่มีความคิดเห็น:
แสดงความคิดเห็น