ຮູບພາບ-ນັກຮຽນ ມຕົ້ນ ບ້ານ ຫ້ອມ





        ຈະບັນທືກພາບຄວາມສົງຈຳເຫຼົ່ານີ້ໄວ້ເພື່ອເປັນທີລະນືກວ່າ ກາລະຄັ້ງໜື່ງຕົນເອງເຄີຍມາຝືກສອນ(ເຝິກຫັດ)ທີ່ໂຮງຮຽນມັດທະຍົມຕອນຕົ້ນບ້ານ ຫ້ອມ ຊື່ງເປັນຊວງແຫ່ງການຮຽນຮູ້ປະສົບການດ້ານການຈັດການຮຽນການສອນທີ່ສົ່ງຄຸນຄ່າອັນປະເສີດຊື່ງເປັນໄລຍະເວລາ 3 ເດືອນແຫ່ງຄວາມຮູ້ສືກທີ່ດີ ອົບອຸ່ນ ແລະ ມີຄວາມສຸກຢ່າງຫຼວງຫຼາຍ. ຂ້າພະເຈົ້າເອງຈະເກັບເອົາຄວາມດີງາມຂອງໂຮງຮຽນແຫ່ງນີ້ໄວ້ໃນຄວາມສົງຈຳຕະຫຼອດໄປ.....
                                     ຂອບໃຈທຸກໆຄົນທີ່ມີໄມຕີໃຫ້.....
                ຂໍອະໄພທຸກຄວາມພິດພາດ ຫຼື ສິ່ງຄ່າຕົກບົກພ່ອງທີ່ ຂ້າພະເຈົ້າໄດ້ກະທຳລົງໄປທັງຕັ້ງໃຈ ແລະ ບໍ່ຕັ້ງໃຈ..









































    ມື້ວັນສຸກ ວັນທີ 7 /4/2017ຄູເຝິກຫັດທົ່ວໂຮງຮຽນມັດທະຍົມສືກສາຕອນຕົ້ນ ບ້ານ ຫ້ອມ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ໄດ້ມອບວຽກງານຄູປະຈຳຫ້ອງ ໃຫັກັບຄູປະຈຳຫ້ອງເກົ່າຄືນ,ເພາະວ່າກາລະເວລາການເຝິກງານ ຫຼື ເຝິກຫັດ ກໍ່ມາຮອດໄລຍະສຸດທ້າຍກັນແລ້ວ , ຄູອາຈານທັງ15 ຄົນ ຈື່ງຈຳໃຈຈາກລາ, ເຊີ່ງເປັນການຈາກລາທີ່ແສນຈະຍາວນານຫຼື ອາດຈະບໍ່ມີວັນຫວນກັບຄືນມາໂຮງຮຽນແຫ່ງນີ້ກໍ່ວ່າໄດ້ ເພາະຕ່າງຄົນຕ່າງມຸ່ງໜ້າເຂົ້າສູ່ວຽກງານ ແລະ ຄູອາຈານບາງຄົນ ຫຼັງຈາກສຳເລັດການສຳມະນາ ຫຼື ປ້ອງກັນບົດ ເປັນອັນສຳເລັດແລ້ວ ກໍ່ໄດ້ກັບຄືນສູ່ຖິ່ນຖານບ້ານເກີດຂອງໃຜລາວ ທັງໃນແຂວງ ແລະ ຕ່າງແຂວງ......ໂອດວງໃຈຂ້າເອີຍ...ສຸດອາໄລ ເມື່ອຕ້ອງຈາກໄປໄກຕາ, ຫວນຄິດຄະນືງຫາວັນເວລາຢູ່ຮ່ວມກັນ, ມີພົບກໍ່ມີພາກຈຳໃຈຈາກໄປໄກກັນ, ຄອຍນັບຄືນ ແລະ ວັນທີ່ຈະມາພົບກັນໃໝ່. ຂ້າພະເຈົ້າພ້ອມດ້ວຍໝູ່ເພື່ອນ 1 ຄົນ ຊື່ ນາງ ເກວິໄລ ສີຫາລາດ ຂໍຖືໂອກາດນີ້ມອບວຽກງານຄູປະຈຳຫ້ອງໃຫ້ກັບຄູປະຈຳຫ້ອງເກົ່າ (ອາຈານ ໄກສອນ ວົງດາລາ) ຢ່າງເປັນທາງການ, ພ້ອມທັງອຳລາ ແລະ ສືກສາອົບຮົມນ້ອງນັກຮຽນຫ້ອງມ3/2 ເປັນຄັ້ງສຸດທ້າຍ..........
    Ban Hom Lower Secondary School...











       ທ້າຍຊົ່ວໂມງຂອງການມອບ-ຮັບຄູປະຈຳຫ້ອງສຳເລັດເຊັດສິນແລ້ວ ຄູອາຈານ ແລະ ນ້ອງນັກຮຽນກໍ່ໄດ້ມອບ ຫຼື ແລກປ່ຽນຂອງຂວັນເຊີ່ງກັນ ແລະ ກັນ ເພື່ອເປັນທີ່ລະນືກໃນວັນຂ້າງໜ້າ ພ້ອມທັງຖ່າຍຮູບໄວ້ເພື່ອເປັນຫຼັກຖານ ຢ່າງເປັນຂະບວນການຟົດຟືນ. ຂ້າພະເຈົ້າຂໍລະບາຍຄວາມຮູ້ສືກຂອງຕົນເອງລົງໃນເວບໄຊນີ້...ໃນວັນນັ້ນຂ້າພະເຈົ້າຮູ້ສືກດີໃຈ ແລະ ປະທັບໃຈ, ຕືນເຕັ້ນຫຼາຍຈົນແທບຈະເວົ້າຫຍັງບໍ່ຖືກ ເພາະວ່ານັກຮຽນແຕ່ລະຄົນຍັງເຫັນໄດ້ຄວາມພູກພັນທີ່ດີ ຕ່າງຄົນຕ່າງມາມອບຂອງຂວັນໃຫ້ກັບອາຈານພ້ອມທັງຮອຍຍີ້ມທີ່ເປັງປະກາຍ ຈົນເຮັດໃຫ້ຫ້ອງເຮົາໃນມື້ນັ້ນ ປຽບສະເໝື່ອນໄດ້ຢູ່ໜ່ວຍໂລກໃບໃໝ່. ຂໍຂອບໃຈເດີນ້ອງນັກຮຽນຜູ້ນ່າຮັກໆໝົດທຸກຄົນທີ່ມອບຂອງຂວັນໃຫ້ອາຈານ "ພິເສດ ຂໍຂອບໃຈເດີອາຈານ ໄກສອນ ວົງດາລາ ທີ່ມອບຂອງຂວັນ(ເສື້ອ)ໃຫ້ແກ່ພວກນ້ອງທັງສອງ".......
...................................................................................................................................................













































ไม่มีความคิดเห็น:

แสดงความคิดเห็น